bankinginstitute@bibol.edu.la

(+856-21) 770 916

ພິທີລົງນາມບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ສະຖາບັນການທະນາຄານ ແລະ ມະຫາວິທະຍາໄລຮົ່ວບີ່ງ

       

       ໂດຍອີງຕາມຄວາມຮຽກຮ້ອງຕ້ອງການຂອງວຽກງານໃນປັດຈຸບັນ ການແລກປ່ຽນຖອດຖອນບົດຮຽນ, ການຈັດຝຶກອົບຮົມ ແລະ ການຄົ້ນຄວ້າວິທະຍາສາດຖືເປັນໝາກຫົວໃຈສຳຄັນຂອງການຄົ້ນຫາວິທີແກ້ໄຂບັນຫາຕ່າງໆຢ່າງພາວະວິໃສ ແລະ ຖືກຕ້ອງ. ສະນັ້ນ, ສທຄ ໄດ້ເລັງເຫັນຄວາມສຳຄັນຂອງວຽກງານດັ່ງກ່າວ ແລະ ໄດ້ເອົາໃຈໃສ່ສົ່ງເສີມຄວາມຮູ້ດ້ານວິຊາສະເພາະຂອງ ພະນັກງານຄູ-ອາຈານ ສທຄ  ໃຫ້ມີຄວາມຊຳນານ ແລະ ສ້າງເປັນນັກຄົ້ນ ຄວ້າທີ່ມີຄວາມຊ່ຽວຊານສະເພາະດ້ານ ເວົ້າລວມ, ເວົ້າສະເພາະກໍ່ຄືວຽກງານໃນຂົງເຂດການເງິນ-ການທະນາຄານ ທີ່ເຫັນໄດ້ວ່າມີການຂະຫຍາຍຕົວຢ່າງກວ້າງຂວາງ ໂດຍໄດ້ຂະຫຍາຍຕາໜ່າງການຮ່ວມມືກັບຄູ່ຮ່ວມມືທັງພາຍໃນ ແລະ ຕ່າງປະເທດ ເພື່ອສ້າງກາລະໂອກາດ ແລະ ຍາດແຍ່ງການຊ່ວຍເຫຼືອດ້ານວິຊາການ ຈາກບັນດາຄູ່ຮ່ວມມືຕ່າງໆ.  

        ໃນວັນທີ 28 ມີນາ 2023 ໄດ້ມີພິທີລົງນາມບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ສະຖາບັນການທະນາຄານ ແລະ ມະຫາວິທະຍາໄລຮົ່ວບີ່ງ, ເຊິ່ງການລົງນາມໃນຄັ້ງນີ້ຕາງໜ້າເບື້ອງ ສທຄ ນໍາພາໂດຍ ທ່ານ ປອ ອາຄົມ ປຣະເສີດ ຜູ້ອໍານວຍການ ແລະ ຕາງໜ້າຈາກ ມ.ຮົ່ວບິ່ງ ແມ່ນ ທ່ານ ຮສດຈ ໂຕງັອກຮຶງ ຜູ້ອຳນວຍການ ມ.ຮົ່ວບິ່ງ. ທັງສອງຝ່າຍໄດ້ຕີລາຄາສູງຕໍ່ກັບການຮ່ວມມືໃນຄັ້ງນີ້ໂດຍຈະມີການຜັນຂະຫຍາຍຂອງເຂດການຮ່ວມມືໃນແຕ່ລະດ້ານ ແລະ ເລິກເຊິ່ງຫຼາຍຂຶ້ນ ໃນອານາຄົດ ພາຍໃຕ້ຂອບເຂດການຮ່ວມມືຄື: 1) ແລກ​ປ່ຽນ​ຫຼັກ​ສູດ​ການ​ຮຽນ-ການ​ສອນ, ສື່ການຮຽນ-ການ​ສອນ, ຂໍ້ມູນຂ່າວສານໃນ​ສາ​ຂາ​ວິ​ຊາ​ຕ່າງໆ ຕາມ​ຄວາມ​ຕ້ອງ​ການ ຕາມຄວາມ​ສາ​ມາດ ແລະ ​ທ່າ​ແຮງ​ຂອງ​ສອງ​ຝ່າຍ, ສຶກສາຄວາມເປັນໄປໄດ້ໃນການເຊື່ອມໂຍງຫໍສະໝຸດ (ຜ່ານທາງອອນລາຍ) ຂອງສອງສະຖາບັນ; 2)ປະ​ສານ​ສົມ​ທົບ​ເພື່ອ​ຈັດ​ຊຸດ​ຮຽນ, ຝຶກອົບຮົມ​ໃນ​ສາ​ຂາ​ວິ​ຊາ​ຕ່າງໆ ແລະ ບຳ​ລຸງວິ​ຊາ​ການ​ດ້ານ​ວິ​ຊາ​ສະ​ເພາະ ໃຫ້​ແກ່​ພະ​ນັກ​ງານ, ຄູອ​າ​ຈານ ແລະ ບັນ​ດາ​ເປົ້າ​ໝາຍ​ອື່ນໆທີ່ມີຄວາມຕ້ອງການ; ຈັດຫານັກສຶກສາໃນຫຼັກສູດການຮຽນຕ່າງໆ ທີ່ສອງຝ່າຍໃຫ້ຄວາມສົນໃຈ; 3) ແລກປ່ຽນ, ຖອດຖອນບົດຮຽນກ່ຽວກັບການສ້າງຫຼັກສູດ ປ.ໂທ ສາຂາການເງິນ-ການທະນາຄານ ແລະ ການບັນຊີ, ຫຼັງຈາກນັ້ນຮ່ວມກັນສຶກສາຄວາມເປັນໄປໄດ້ ແລະ ເອກະພາບ ໃນບັນດາສາຂາອື່ນໆ; 4) ຮ່ວມ​ມື​ແລກ​ປ່ຽນ​ຄູ-ອາ​ຈານ ແລະ ນັກ​ສຶກ​ສາ  ຕາມເງື່ອນໄຂຄວາມເໝາະສົມໃນແຕ່ລະໄລຍະ; 5)ແລກ ປ່ຽນບັນດາໂຄງການ, ບົດຄົ້ນຄວ້າວິທະຍາສາດຕ່າງໆ ລະຫວ່າງສອງສະຖາບັນ.

   ກວດແກ້ໂດຍ: ສລຍ ພານຄຳ

                                                         ບົດຂ່າວໂດຍ: ອຈ ນ ພຸດທະວັນ ສຸວັນນາຣາ.

ຂ່າວອື່ນໆ

ຕິດຕໍ່

ບ້ານຕານມີໄຊ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ

bankinginstitute@bibol.edu.la

(+856-21) 770 916

ດາວໂຫຼດແອັບ



ຕິດຕາມພວກເຮົາ

© ສະຖາບັນການທະນາຄານ . ສະຫງວນລິຂະສິດ